Tuesday, December 15, 2015

6 ຄວາມສຳຄັນຂອງອາກາດສົດຕໍ່ຮ່າງກາຍ.

             

                                 

     "ບາງເທື່ອແລ້ວເຈົ້າເອງກໍຈຳເປັນຕ້ອງອອກໄປທາງນອກ, ໄປຮັບອາກາດສົດ ແລະ ເຕືອນຕົວເອງສະເໝີວ່າເຈົ້າແມ່ນໃຜ ແລະ ໃຜທີ່ເຈົ້າຢາກເປັນໃນອະນາຄົດ."


         ທຸກໆ ມື້ທີ່ໃນໂລກທີ່ເຮົາອາໄສຢູ່ນີ້ ມີສິ່ງໜຶ່ງທີ່ເປັນສິ່ງທີ່ສຳຄັນ ແລະ ສາມາດໃຫ້ຜົນປະໂຫຍດອັນດີໃຫ້ແກ່ເຮົາ ເຊິ່ງກໍໝາຍເຖິງຮ່າງກາຍຂອງເຮົາເອງ. ຜູ້ຄົນສະໄຫມນີ້ມັກຈະລືມຄວາມສຳຄັນຂອງສິ່ງອ້ອມຂ້າງ ເພາະຄິດວ່າມັນບໍ່ໄດ້ຊ່ວຍຫຍັງ ໂດຍສະເພາະແມ່ນການອອກໄປຫລິ້ນນອກບ້ານ, ໄປສຳຜັດບັນຍາກາດຕ່າງເຂດຕ່າງແຂວງທີ່ການພັດທະນາຍັງເຂົ້າໄປບໍ່ເຖິງ. ຖ້າຫາກວ່າທ່ານເປັນຜູ້ໜຶ່ງທີ່ວ່າຢູ່ແຕ່ຢູ່ໃນຫ້ອງແລ້ວເປີດແອ ຂໍບອກໄວ້ເລີຍວ່າທ່ານນັ້ນຄິດຜິດຫຼາຍໆ ໂດຍສະເພາະການເຮັດແນວນັ້ນແມ່ນເຮັດໃຫ້ຮ່າງກາຍຂອງທ່ານເຮັດວຽກຫນັກກວ່າປົກກະຕິ ແລະ ເຮັດໃຫ້ມີສຸຂະພາບທີ່ບໍ່ດີ. 
        
ເປັນຫຍັງອາກາດສົດຈຶ່ງສຳຄັນ?
       ຄຳຖາມນີ້ອາດຈະຂຶ້ນມາໃສຫົວຂອງທ່ານວ່າເປັນຫຍັງຫົວຂໍ້ນີ້ຈຶ່ງສຳຄັນ ແລະ ເປັນຫຍັງທຸກຄົນຈຶ່ງຕ້ອງໃສ່ໃຈ ເຊິ່ງວ່າອາກາດສົດນັ້ນ ແມ່ນມີຄວາມຈຳເປັນຕໍ່ທ່ານດັ່ງນີ້:


1. ອາກາດສົດຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ.
2. ຊ່ວຍລົດຄວາມກົດດັນຂອງເລືອດ ແລະ ຊ່ວຍໃຫ້ການເຕັ້ນຂອງຫົວໃຈດີຂຶ້ນ.
3. ມັນເຮັດໃຫ້ທ່ານອາລົມດີຂຶ້ນ.
4. ຊ່ວຍເພີ່ມພູມຄຸ້ມກັນໃຫ້ແກ່ຮ່າງກາຍ.
5. ອາກາດສົດຊ່ວຍທຳຄວາມສະອາດປອດຂອງທ່ານ.
6. ມັນຊ່ວຍໃຫ້ທ່ານສະມາທິທີ່ດີຂຶ້ນ ແລະ ສາມາດເພີ່ມພະລັງງານໃຫ້ທ່ານໄດ້.



6 ຄວາມສຳຄັນຂອງອາກາດສົດຕໍ່ຮ່າງກາຍ.


1. ອາກາດສົດຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ.
         ອາກາດສົດເຮັດຫນ້າທີ່ທີ່ເປັນບົດບາດອັນສຳຄັນໃຫ້ແກ່ຮ່າງກາຍເຮົາ ໂດຍສະເພາະໃນການຍ່ອຍອາຫານ. ຍ້ອນແນວນັ້ນມັນຈຶ່ງຈຳເປັນຫຼາຍທີ່ຫລັງຈາກເຮົາກິນເຂົ້າແລ້ວ ກໍຄວນຈະອອກໄປຢ່າງສຸດອາກາດດ້ານນອກ ເພື່ອໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຢ່າງມີປະສິດທິພາບ. ສິ່ງໜຶ່ງທີ່ມີຄວາມສຳຄັນຫຼາຍແມ່ນ ການສ້າງນິໄສໃຫ້ເປັນແບບນີ້ເປັນສ່ວນໜຶ່ງທີ່ຊ່ວຍໃຫ້ຜູ້ທີ່ກຳລັງລົດຄວາມອ້ວນໄດ້ຢ່າງດີ.

2. ຊ່ວຍລົດຄວາມກົດດັນຂອງເລືອດ ແລະ ຊ່ວຍໃຫ້ການເຕັ້ນຂອງຫົວໃຈດີຂຶ້ນ.
         ຖ້າຫາກວ່າທ່ານເປັນຜູ້ໜຶ່ງທີ່ມີຄວາມກົດດັນເລືອດສູງ ສິ່ງທີ່ທ່ານຄວນຈະຫຼີກລ່ຽງກໍແມ່ນການເອົາໂຕເອງໄປຢູ່ໃນເຂດທີ່ຄັບແຄບ, ແອອັດ ແລະ ເຂດທີ່ມີອາກາດເປັນພິດ. ບຸກຄົນທີ່ມີອາການນີ້ ຄວນທີ່ຈະຢູ່ໃນເຂດທີ່ມີອາກາດສົດຊື່ນ ແທນທີ່ຈະໄປຢູ່ເຂດທີ່ມີອາກາດເປັນພິດ ເພື່ອໃຫ້ຮ່າງກາຍຂອງທ່ານໄດ້ຮັບອອກຊິເຈນ (Oxygen) ໃນປະລິມານທີ່ພຽງພໍ.

3. ມັນເຮັດໃຫ້ທ່ານອາລົມດີຂຶ້ນ.
         ປະລິມານຂອງສາຍເຊໂຣໂຕນິນ (Serotonin) ທີ່ມີໃນຮ່າງກາຍນັ້ນແມ່ນຂຶ້ນກັບປະລິມານຂອງອອກຊິເຈນ (Oxygen) ທີ່ທ່ານໄດ້ຮັບ. ສານໂຕນີ້ເປັນສ່ວນຊ່ວຍຄວບຄຸມອາລົມໃຫ້ທ່ານມີອາລົມທີ່ດີ ແລະ ພັດທະນາຄວາມຮູ້ສຶກອັນເປັນດ້ານບວກໃຫ້ແກ່ທ່ານ. ຫຼາຍໄປກວ່ານັ້ນ, ອາກາດສົດເຮັດໃຫ້ທ່ານຮູ້ສຶກສົດຊື່ນ ແລະ ຜ່ອນຄາຍ.

4. ຊ່ວຍເພີ່ມພູມຄຸ້ມກັນໃຫ້ແກ່ຮ່າງກາຍ.
         ຂະບວນການໃນການຂ້າເຊື້ອໄວຣັສຕ່າງໆ ຂອງແຊລເມັດເລືອດຂາວນັ້ນ ແມ່ນຕ້ອງການອອກຊິເຈນທີ່ພໍດີເພື່ອທີ່ຈະຊ່ວຍໃຫ້ການເຮັດວຽກໃນສ່ວນນີ້ເປັນປົກກະຕິ ພ້ອມທັງເຮັດໃຫ້ລະບົບພູມຄຸ້ມກັນເຮັດວຽກໄດ້ຢ່າງບໍ່ມີຂໍ້ບົກພ່ອງ.

5. ອາກາດສົດຊ່ວຍທຳຄວາມສະອາດປອດຂອງທ່ານ.
         ອີກໜຶ່ງຫນ້າທີ່ທີ່ສຳຄັນຂອງອາກາດສົດຕໍ່ຮ່າງກາຍຂອງທ່ານແມ່ນ ມັນເຮັດໜ້າທີ່ໃນການຂະຫຍາຍທາງເດີນຫາຍໃຈຂອງປອດ ພ້ອມທັງທຳຄວາມສະອາດໃນຊ່ອງປອດຂອງທ່ານໃຫ້ເປັນປົກກະຕິ. ນອກຈາກນັ້ນແລ້ວ, ໃນຂະນະທີ່ທ່ານຫາຍໃຈອອກມານັ້ນ ຮ່າງກາຍຈະນຳສົ່ງເອົາສິ່ງເສດເຫຼືອ ຫຼື ສິ່ງທີ່ເປັນພິດໃນປອດຂອງທ່ານອອກມາ.
6. ມັນຊ່ວຍໃຫ້ທ່ານສະມາທິທີ່ດີຂຶ້ນ ແລະ ສາມາດເພີ່ມພະລັງງານໃຫ້ທ່ານໄດ້.
        ນອກຈາກອາກາດສົດຈະຊ່ວຍໃຫ້ທ່ານມີອາລົມທີ່ດີແລ້ວ ມັນຍັງຊ່ວຍໃຫ້ທ່ານມີກະບວນການການຄິດທີ່ດີຂຶ້ນ ແລະ ເພີ່ມພະລັງງານດ້ານບວກຂອງຮ່າງກາຍທ່ານ. ອາກາດສົດຊ່ວຍນຳເອົາຄວາມກະຈ່າງແຈ້ງມາສູ່ສະໝອງຂອງທ່ານ ເຮັດໃຫ້ທ່ານມີສະມາທິທີ່ໝັ້ນຄົງ, ຄິດສິ່ງຕ່າງໆ ໄດ້ມີປະສິດທິພາບຂຶ້ນ ແລະ ແຈ້ງຂຶ້ນ.

        ທ້າຍນີ້, ທຸກຄົນອາດຈະໄດ້ທຳຄວາມຮູ້ຈັກກັບຄວາມສຳຄັນຂອງອາກາດສົດໄປແລ້ວ ເຊິ່ງແນ່ນອນມັນບໍ່ໄດ້ມີພຽງແຕ່ເທົ່ານີ້. ຄວາມສຳຄັນຂອງສິ່ງໆ ໜຶ່ງມີຫຼາຍຢ່າງ ເພາະທີ່ຂ້າພະເຈົ້າໄດ້ຂຽນມາຂ້າງເທິງເປັນພຽງສ່ວນໜຶ່ງຂອງປະໂຫຍດຂອງມັນ. ຫວັງວ່າທຸກຄົນນັ້ນຈະໄດ້ຄວາມຮູ້ ພ້ອມທັງຄຸນຄ່າຂອງອາກາດສົດທີ່ມີຕໍ່ຄົນເຮົາ ແລະ ຫວັງວ່າ ທ່ານຈະແບ່ງເວລາເຮັດວຽກໜັກໆ ນັ່ງໃນຫ້ອງການເປີດແອ ອອກໄປສູດອາກາດບໍລິສຸດຂອງຕ່າງເຂດຕ່າງແຂວງ ເພື່ອຄຸນປະໂຫຍດຂອງຮ່າງກາຍຂອງທ່ານເອງ. 


ຂໍຂອບໃຈ :)


ແຫຼ່ງອ້າງອີງຈາກເວັບໄຊ້: 6 Important Health Benefits